ຜະລິດຕະພັນຂອງພວກເຮົາ
ກ່ຽວກັບເຮົາ
_
ບໍລິສັດ JGB ໄດ້ສ້າງຕັ້ງໂດຍໃສ່ຊື່ທຳອິດແມ່ນ ບໍລິສັດ “SMG-NGG Bullion” ໂດຍມີທ່ານ ເອກະພັນ ພະພິທັກ ແລະ ບໍລິສັດ ສີເມືອງ ກຣຸບ (SMG Group) ເປັນຜູ້ສ້າງຕັ້ງເຊິ່ງໄດ້ເປີດໃຫ້ບໍລິການຄັ້ງທຳອິດແມ່ນວັນທີ 15/08/2022 ເຊິ່ງຢູ່ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສ.ປ.ປ ລາວ
ໃນວັນທີ 04/07/2025 ທ່ານ ເອກະພັນ ພະພິທັກ ໄດ້ຂາຍຮຸ້ນຂອງຕົນໃຫ້ແກ່ບໍລິສັດ ສີເມືອງ ກຣຸບ (SMG Group). ຫຼັງຈາກນັ້ນ, ກໍໄດ້ປ່ຽນຊື່ມາເປັນ ບໍລິສັດ “JGB Joint Gold Bullion Import-Export Co., Ltd”
ບໍລິສັດ JGB ຂອງພວກເຮົາຍັງຄົງສືບຕໍ່ຄວາມມຸ້ງໝັ້ນຕັ້ງໃຈທີ່ຈະພັດທະນາເປັນບໍລິສັດໃຫ້ບໍລິການທາງດ້ານຄຳແທ່ງ-ເທຣດຄຳ ທັນສະໄຫມ ແລະ ຕອບໂຈດຄວາມຕ້ອງການຂອງປະຊາຊົນລາວຜູ້ຊົມໃຊ້ໃຫ້ດີທີ່ສຸດ ເພາະພວກເຮົາເຊື່ອວ່າການລົງທຶນໃນຄຳຄືການລົງທຶນທີ່ດີທີ່ສຸດ
- ຄວາມຊ່ຽວຊານ ບໍລິສັດ JGB ມີຄວາມຊ່ຽວຊານໃນດ້ານການຊື້-ຂາຍຄຳແທ່ງທັງໃນຮູບແບບຄຳແທ່ງ ແລະ ຕະຫຼາດອະນຸພັນດ້ວຍທີມງານມືອາຊີບທີ່ມີປະສົບການໃນຕະຫຼາດຄຳມາແລ້ວຫຼາຍປີ. ເຮົາໃຫ້ບໍລິການຢ່າງໂປ່ງໃສ, ປອດໄພ ແລະ ເຊື່ອຖືໄດ້ແກ່ລູກຄ້າທັງລາຍບຸກຄົນ ແລະ ນັກລົງທຶນທຸກໜ່ວຍທຸລະກິດ
- ທີມງານຄົ້ນຄວ້າວິໄຈພາຍໃນ ບໍລິສັດພວກເຮົາມີນັກວິເຄາະພາຍໃນດ້ານຕະຫຼາດຄໍາ ແລະ ຜະລິດຕະພັນທາງການເງິນ, ທີ່ສາມາດໃຫ້ຄຳປຶກສາທ່ານຕະຫຼອດເວລາ ໂດຍສະເພາະການວິເຄາະຂໍ້ມູນ, ປັດໄຈທາງເສດຖະກິດທີ່ມີຜົນຕໍ່ລາຄາຄຳ ເພື່ອສະໜັບສະໜູນການຕັດສິນໃຈລົງທຶນຂອງລູກຄ້າຢ່າງມີປະສິດທິພາບ
- LBMA 99.99%JGB ຊື້-ຂາຍຄຳແທ່ງຄວາມບໍລິສຸດ 99.99% ມາດຕະຖານ LBMA (London Bullion Market Association) ທີ່ໄດ້ຮັບການຍອມຮັບຈາກສາກົນເຊັ່ນແບຣນ: PAMP, Metalor, Perth Mint, Argor Heraeus, Valcambi.
- ການໃຫ້ຄຳປຶກສາດ້ານການລົງທຶນJGB ຈະຢູ່ຄຽງຂ້າງທ່ານເພື່ອໃຫ້ຄໍາປຶກສາດ້ານການລົງທຶນແບບມືອາຊີບ ເຊິ່ງເຮົາສາມາດໃຫ້ຄໍາປຶກສາຈາກຄວາມຮູ້ລະດັບເລີ່ມຕົ້ນໄປຈົນເຖິງລະດັບຜູ້ຊ່ຽວຊານ ໂດຍເນັ້ນທັງການປ້ອງກັນຄວາມສ່ຽງ ແລະ ເພີ່ມໂອກາດໃນການສ້າງຜົນຕອບແທບແບບຢັ້ງຢືນ.
- ລະບົບໃຊ້ງານທີ່ງ່າຍ ແລະ ປອດໄພ ຢູ່ເທິງເວັບໄຊທ໌ຂອງພວກເຮົາທ່ານສາມາດກວດເບິ່ງລາຄາຕາມເວລາໂຕຈິງ ໂດຍເທິງໜ້າເວັບຈະອັບເດດລາຄາທຸກໆ 15 ວິນາທີ. ຫາກທ່ານມີຄວາມສົນໃຈ ຫຼື ຕ້ອງການສອບຖາມຂໍ້ມູນເພີ່ມເຕີມ, ທ່ານສາມາດກົດສົ່ງຂໍ້ຄວາມເທິງເວັບໄຊທ໌ ຫຼື ໂທສອບຖາມໄດ້ທີ່ເບີ 020 98885353. ທຸກໆທຸລະກຳຂອງທ່ານຈະຖືກດໍາເນີນການຢ່າງວ່ອງໄວ ແລະ ຂໍ້ມູນຂອງຜູ້ໃຊ້ງານຈະຖືກຈັດເກັບຢ່າງປອດໄພໃນລະບົບຂອງ JGB
- ການຊຳລະເງິນ ພວກເຮົາຮອງຮັບການຊຳລະຜ່ານລະບົບໂອນແບບ Real-time ຜ່ານທະນາຄານທົ່ວປະເທດລາວທີ່ມີສັນຍາລັກ LAO QR
- ການບໍລິການທີ່ເໜືອກວ່າມາດຕະຖານທີມງານບໍລິການລູກຄ້າ JGB ໃຫ້ບໍລິການຕັ້ງແຕ່ວັນຈັນເຖິງວັນສຸກ ເວລາ 9.00 – 17.30 ໂດຍຮອງຮັບທັງ 3 ພາສາ (ລາວ, ໄທ, ອັງກິດ) ເພື່ອໃຫ້ທ່ານເລືອກເວລາ ແລະ ຈັງຫວະການຊື້ ຫຼື ຂາຍຄໍາໃນລາຄາທີ່ຕ້ອງການ ໂດຍມີພະນັກງານພ້ອມໃຫ້ຄຳປຶກສາ ແລະ ຊ່ວຍເຫຼືອທຸກຂັ້ນຕອນ
ຕິດຕໍ່ເຮົາ
_
ທີ່ຢູ່
ຖະໜົນ ອາຊຽນ (ເຕ້2), ບ້ານ ນາຄຳ, ສີໂຄດຕະບອງ, ນະຄອນຫຼວງວຽງຈັນ, 01000 ລາວ
ເບີໂທລະສັບ